Child Safe Tourism

September 27, 2011

ນັກທ່ອງທ່ຽວ ແລະ ອຸດສະຫະກຳການທາລຸນເດັກ

ໜັງສືພິມບາງກອກ (Bangkok post), ປະເທດໄທ ວັນທີ 27 ກັນຍາ ປີ 2011

ນັກເດີນທາງທ່ອງທ່ຽວ ແລະ ຜູ້ອົບພະຍົບຢູ່ໃນປະເທດປະໄທຮູ້ເລື້ອງຄວາມທຸກຍາກຂອງເດັກນ້ອຍດີ. ເດັກຍິງອາຍຸ 6 ປີນັ່ງເທິງສາດທີ່ປູເປັນລະບຽບ ທາສົບສີແດງເຂັ້ມ ໂດຍມີຜູຍິງຄົນໜຶ່ງນ່ັງຢູ່ຮຽງຂ້າງຂໍ ເງິນນຳນັກເດີນທາງທີ່ຜ່ານໄປມາ. ເດັກຊາຍອາຍຸ 12 ປີ ຂາຍເຂົ້າໜົມຊິງໂກມຕອນເວລາ 11 ໂມງ ກາງຄືນຢູ່ເຂດສະຖານບັນເທີງສຳລັບຜູ້ໃຫຍ່ແຫ່ງໜຶ່ງ. ເດັກຊາຍຄົນນັ້ນເຮັດໃຫ້ທ່ານປະທັບໃຈດ້ວຍ ຮອຍຍິ້ມທີ່ບໍ່ອາຍພ້ອມກັບຂອງຝາກທີ່ລາວຖືຢູ່.

ຢູ່ໃນສະຖານະການແບບນີ້ທ່ານຢາກຊ່ວຍເຫຼືອຕາມຄວາມຮູ້ສຶກສົງສານ ແລະ ຄວາມອາຍບອກກັບ ທ່ານວ່ານັ້ນແມ່ນບາງສ່ິງບາງຢ່າງທີ່ບໍ່ຖືກຕ້ອງ. ທ່ານອາດຈະເຮັດໃຫ້ສະຖານະການນັ້ນຈົບລົງດ້ວຍການເອົາເງິນຫຼຽນບາດໃຫ້. ສິ່ງໃດກໍ່ຕາມທີ່ທ່ານ ເຮັດໄປນັ້ນຄວາມຮູ້ສຶກທີ່ບໍ່ສະບາຍໃຈຊຶ່ງທ່ານບໍ່ໄດ້ເຮັດໃຫ້ມັນແຕກຕ່າງເພື່ອຊ່ວຍຊີວິດຂອງເດັກນ້ອຍ ທີ່ໂຊກບໍ່ດີເໝືອນຄົນອື່ນ. ບາດນີ້ໃຫ້ລອງກັບມາຄິດເບິ່ງວ່າ ມັນຈະເປັນແນວໃດຖ້າຫາກວ່າ ຄົນຕໍ່ໄປ ທີ່ນັກທ່ອງທ່ຽວເຂົ້າຫານັ້ນ ຕ້ອງການສິ່ງຕອບແທນເປັນເງິນ 50 ບາດ? ໃນໂອກາດວັນທ່ອງທ່ຽວໂລກ ຂ້າພະເຈົ້າຢາກໃຫ້ທ່ານໃຊ້ເວລາຄິດໜ້ອຍໜຶ່ງກ່ຽວກັບວ່າການທ່ອງທ່ຽວໝາຍເຖິງຫຍັງສຳລັບລູກ ຫຼານຂອງພວກເຮົາ ແລະ ພວກເຮົາຈະເຮັດແນວໃດໃຫ້ເຂົາເຈົ້າປອດໄພ. ອຸດສະຫະກຳການທ່ອງທ່ຽວ ຂອງໄທໄດ້ສືບຕໍ່ຂະຫຍາຍຕົວທັງໆທີ່ເກີດວິກິດການເສດຖະກິດໂລກໃນໄລຍະຜ່ານມາກໍ່ຕາມ. ໃນປີ 2010 ນັກທ່ອງທ່ຽວຈໍານວນ 16 ລ້ານຄົນໄດ້ເດີນທາງເຂົ້າໄປທ່ອງທ່ຽວໃນສະຫຍາມເມືອງຍິ້ມ ພ້ອມດຽວກັນນັ້ນ ການທ່ອງທ່ຽວແຫ່ງປະເທດໄທໄດ້ວາງຄາດໝາຍໄວ້ວ່າ ຈະມີນັກທ່ອງທ່ຽວເດີນທາງ ມາທ່ຽວໃນປະເທດກວ່າ 19.5 ລ້ານຄົນ ໃນປີ 2012 ສ້າງລາຍຮັບໃຫ້ໄດ້ 1.2 ຕື້ບາດ ຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ເປັນທີ່ຈະແຈ້ງວ່າ ການທ່ອງທ່ຽວໄດ້ສືບຕໍ່ເປັນກຳລັງ ດັນສຳຄັນໃຫ້ແກ່ເສດຖະກິດຂອງໄທ ແລະ ຈຳເປັນຕອ້ງໄດ້ຄຸ້ມຄອງຢ່າງລະມັດລະວັງເພື່ອບໍ່ໃຫ້ເປັນ ຜົນກະທົບທາງສັງຄົມ ໂດຍສະເພາະແມ່ນຜົນກະທົບຕໍ່ເດັກນ້ອຍ.

ໃນຂະນະທີ່ອຸດສະຫະກຳການທ່ອງທ່ຽວກຳລັງເບັ່ງບານໂອກາດຂອງການຫາຜົນປະໂຫຍດຈາກເດັກ ແມ່ນມີຄວາມເປັນໄປໄດ້ສູງຖ້າຫາກຂາດການກວດກາ. ລັດຖະບານໄທໄດ້ຮ່ວມມືເປັນຢ່າງດີກັບ ການປະຕິບັດກົດໝາຍສາກົນຕໍ່ກັບຜູ້ ທີ່ມີປະຫວັດການກະທຳຜິດທາງເພດຕໍ່ເດັກ. ລັດຖະບານໄທ
ໄດ້ມີຄວາມກ້າວໜ້າຢ່າງເປັນຮູບປະທຳໃນການດຳເນີນການກັບການທາລຸນທາງເພດຕໍ່ເດັກໃນທົດ ສະວັດທີ່ຜ່ານມາ. ເຖິງຢ່າງໃດກໍ່ຕາມຄະດີຄວາມຕ່າງໆໄດ້ປະກົດຂຶ້ນພາຍໃນປະເທດ ແລະ ບັນດາປະ ເທດໃກ້ຄຽງ. ສະຖານທີ່ໆປະທັບໃຈສຳລັບນັກທ່ອງທ່ຽວ ເປັນຕົ້ນແມ່ນ ພັດທະຍາແລະ ພູເກັດ ບໍ່ພຽງແຕ່ດຶງດູດນັກທ່ອງທ່ຽວເທົ່ານັ້ນແຕ່ຍັງສົ່ງຜົນກະທົບຕໍ່ລູກຫຼານຊາວໄທອີກດ້ວຍ.ໃນຂະນະທີ່ການທ່ອງທ່ຽວສືບຕໍ່ຂະຫຍາຍຕົວຢ່າງໄວວາຢູ່ນັ້ນພວກເຮົາບໍ່ໄດ້ພໍອົກພໍໃຈກັບການເຕີບໂຕຂອງຂະແໜງ ການດັ່ງການນັ້ນເລີຍ.

ພວກເດັກ ແລະ ໄວໜຸ່ມທີ່ອາໄສ ແລະ ເຮັດວຽກຕາມຖະໜົນຫົນທາງແມ່ນມີຄວາມສ່ຽງເພາະວ່າ ພວກເຂົາສົນໃຈນັກທ່ອງທ່ຽວ ແລະ ເງິນໂດລາຫຼາຍກ່ວາສິ່ງອື່ນໆ. ພວກເຮົາຈະເຮັດໃຫ້ສະພາບແວດ ລ້ອມການທ່ອງທ່ຽວບໍ່ມີຄວາມສ່ຽງຕໍ່ເດັກເຫຼົ່ານັ້ນໄດ້ຄືແນວໃດ? ຄວາມພະຍາຍາມທີ່ດີເລີດຈາກ ລັດຖະບານ, ອົງການທີ່ບໍ່ຂຶ້ນກັບລັດຖະບານ, ອົງການລັດຖະບານສາກົນ ແລະ ພາກເອກະຊົນ ໄດ້ເພີ່ມ ຄວາມຮູ້ ແລະ ຄວາມຮັບຜິດຊອບຮ່ວມກັນທາງສັງຄົມໃນອຸດສະຫະກຳການບໍລິການ. ນີ້ແມ່ນບ່ອນທີ່ ບົດບາດຂອງນັກທ່ອງທ່ຽວແຕ່ລະຄົນຖືກຮ້ອງຂໍ. ການທ່ອງທ່ຽວທີ່ປອດໄພຕໍ່ເດັກແມ່ນວິທີ ທີ່ນັກ ທ່ອງທ່ຽວແຕ່ລະຄົນສາມາດເປັນສ່ວນໜຶ່ງຂອງການແກ້ໄຂບັນຫາ. ພວກເຮົາຕ້ອງໝັ້ນໃຈວ່າ ສະພາບ
ແວດລ້ອມການທ່ອງທ່ຽວໄດ້ຮັບການປົກປ້ອງ ແລະ ປອດໄພຕໍ່ເດັກທີ່ອາດໄດ້ຮັບຜົນກະທົບ. ການກະທຳຂອງທ່ານເພີ່ມ ຫຼື ຫຼຸດຄວາມສ່ຽງທີ່ມີຕໍ່ເດັກຄືແນວໃດ? ສະນັ້ນ, ບົດບາດຂອງນັກທ່ອງ ທ່ຽວແມ່ນຫຍັງ?

ສິ່ງທີ່ສຳຄັນທີ່ສຸດກໍ່ຄື ພວກເຮົາຕ້ອງໃຫ້ເດັກອອກຈາກຖະໜົນຫົນທາງ. ວິທີນັ້ນກໍ່ຄື ຫຼຸດຜ່ອນກຳ ລັງຊຸກດັນດ້ານເງິນຕາທີ່ເຮັດໃຫ້ເດັກອອກມາຢູ່ຕາມຖະໜົນຫົນທາງ ຫຼື ເຮັດວຽກຢູ່ໃນສະຖານະ ການທີ່ສ່ຽງອັນຕະລາຍພາຍໃນວົງການອຸດສະຫະກຳການທ່ອງທ່ຽວ. ເປັນເລື່ອງທີ່ໂຕ້ຖຽງມາຕະຫຼອດ ວ່າການເອົາເງິນໃຫ້ເດັກຂໍທານ ຫຼື ຄົນຂໍທານທີ່ມີເດັກນັ້ນຈະເຮັດໃຫ້ເດັກອອກໄປຢູ່ຕາມຖະໜົນ ຫົນ ທາງ. ບາງທີອາດຈະເປັນການດີທີ່ສຸດທີ່ຈະບໍລິຈາກເງິນຈຳນວນອັນມາກມາຍໃຫ້ມູນນິທິເດັກຂ້າງ ຖະໜົນໃນປະເທດແທນທີ່ຈະໃຫ້ເງິນໂດຍກົງແກ່ເດັກຕາມສະຖານທີ່ທ່ອງທ່ຽວ. ບາງເທື່ອມັນອາດເຖິງເວລາທີ່ເຈົ້າຈະຕ້ອງໄດ້ລົມກັບເຈົ້າຂອງຮ້ານອາຫານ ສຳລັບຮ້ານອາຫານທີ່ອະນຸ ຍາດໃຫ້ເດັກຍິງໄວໜຸ່ມເຂົ້າໄປຂາຍດອກກຸຫຼາບຂ້າງໃນອາຄານຮ້ານອາຫານຕອນທ່ຽງຄືນໃນຂະນະທີ່
ຜູ້ຄຸ້ມຄອງຂອງນາງລໍຖ້າຢູ່ຂ້າງນອກຮ້ານອາຫານ. ຮ້ານອາຫານໜ້າຈະບໍລິຈາກສ່ວນໃດສ່ວນໜຶ່ງຂອງ ກຳໄລ ຫຼື ຕິດຕັ້ງຫີບບໍລິຈາກໃວ້ໃນຮ້ານອາຫານເພື່ອສະສົມເງິນບໍລິຈາກໃຫ້ແກ່ອົງການເດັກທີ່ມີຊື່ສຽງ ເພື່ອທີ່ເດັກເຫຼົ່ານີ້ຈະໄດ້ມີໂອກາດເຂົ້າໂຮງຮຽນແທນທີ່ຈະປະປ່ອຍໃຫ້ພວກເຂົາຕົກຢູ່ໃນວົງຈອນຂອງ ການຫາຜົນປະໂຫຍດຈາກເດັກເຊັ່ນດຽວກັນກັບການຂາຍດອກກຸຫຼາບໃນຮ້ານອາຫານແບບນີ້. ທາງອອກທີ່ດີກ່ວາ ອີກປະການໜຶ່ງກໍ່ຄືວ່າ ຮ້ານອາຫານອາດຈະມອບໂອກາດການມີວຽກເຮັດງານທຳ ແກ່ຜູ້ທີ່ຈົບການສຶກສາຈາກໂຮງຮຽນວິຊາຊີບທີ່ໄດ້ຝຶກອົບຮົມອະດີດໄວໜຸ່ມຂ້າງຖະໜົນທີ່ເຄີຍຕົກຢູ່ໃນອຸດສະຫະກຳເອື້ອເຟື້ອຍເພື່ອແຜ່ຕາມຖະໜົນຫົນທາງ. ມີຫຼາຍຫົວໜ່ວຍທຸລະກິດທີ່ໄດ້ໃຫ້ໂອກາດໄວ ໜຸ່ມທີ່ວ່ານັ້ນໄດ້ມີວຽກເຮັດງານທຳເປັນທີ່ຮຽບຮ້ອຍແລ້ວ. ຂໍຄວາມກະລຸນາຊ່ວຍສົ່ງເສີມພວກເຂົາເຈົ້າ ໃຫ້ມີໂອກາດແບບນັ້ນ.

ການອາສາສະໝັກປະກອບສ່ວນໃຫ້ອົງການຕ່າງໆພາຍໃນປະເທດອາດເປັນແນວຄວາມຄິດທີ່ດີ.ແຕ່ ເຖິງຢ່າງໃດກໍ່ຕາມນັກເດີນທາງທ່ອງທ່ຽວຕ້ອງລະມັດລະວັງບໍ່ໃຫ້ຕິແທດກັບໂຄງການຕ່າງໆຊຶ່ງເຮັດໃຫ້ ເດັກກາຍເປັນທີ່ດຶງດູດໃຈໃນການທ່ອງທ່ຽວ. ການຂະຫຍາຍຕົວຂອງ “ ການທ່ອງທ່ຽວສະຖານທີ່ລ້ຽງ ເດັກກຳພ້າ” ແມ່ນທ່າອ່ຽງທີ່ກ່ຽວພັນກັນ. ອົງການທີ່ມີຊື່ສຽງຊຶ່ງຊອກຮັບອາສາສະໝັກນັ້ນ ຢ່າງໜ້ອຍ ຄວນມີຂັ້ນຕອນການກວດກາທີ່ເຂັ້ມງວດ ແລະ ໂປ່ງໃສ ແລະ ມີນະໂຍບາຍປົກປ້ອງເດັກຊຶ່ງຕິດພັນ ກັບມາດຕະຖານສາກົນ. ເດັກມີສິດທິຢູ່ໃນສະພາບແວດລ້ອມທີ່ໝັ້ນຄົງ ແລະ ປອດໄພໂດຍສະເພາະ ພາຍໃນຄອບຄົວທີ່ເຂົາເຈົ້າເຕີບໃຫ່ຍມາ ແລະ ບັນລຸນິຕິພາວະຂອງເຂົາ.

ສຸດທ້າຍກໍ່ຄືວ່າ ຕ້ອງຮັບຮູ້ ແລະ ສຶກສາຕົວເອງ. ເກັບຮັກສາເບີໂທລະສັບຂອງຕຳຫຼວດທ່ອງທ່ຽວ ແລະ ໂທລະສັບສາຍດ່ວນຂອງການປົກປ້ອງເດັກນ້ອຍໄວ້ໃນໂທລະສັບມືຖືຂອງທ່ານ. ດ້ວຍຄວາມລະ ມັດລະວັງ ແລະ ການລາຍງານຄວາມເປັນຫ່ວງກ່ຽວກັບການປົກປ້ອງເດັກນ້ອຍ, ປຶກສາຫາລືກ່ຽວກັບ ຄວາມປອດໄພຂອງເດັກກັບໂຮງແຮມ ແລະ ຮ້ານອາຫານ ແລະ ການເລືອກການບໍລິການໆທ່ອງທ່ຽວ ທີ່ສະໜັບສະໜູນການສົນທະນາກ່ຽວກັບຄວາມປອດໄພຂອງເດັກນັ້ນ ທ່ານສາມາດກາຍເປັນພາກສ່ວນ ໜຶ່ງທີ່ງ່າຍດາຍໃນການສ້າງອຸດສະຫະກຳການທ່ອງທ່ຽວທີ່ມີຈະລິຍະທຳກວ່າໝູ່ໃນປະເທດໄທ. ປະເທດ ໄທມີປະສົບການທີ່ຍອດຢ້ຽມອັນມະຫາສານທີ່ຈະແບ່ງປັນໃຫ້ນັກເດີນທາງທ່ອງທ່ຽວ ແລະ ຜູ້ອົບພະຍົບ ແຕ່ຕ້ອງຫັນມາຮ່ວມມືກັນປະກອບສ່ວນແບບຍືນຍົງໃນທາງບວກເພື່ອສົ່ງຄືນການທ່ອງທ່ຽວທີ່ປອດໄພຕໍ່ ເດັກໃຫ້ແກ່ຄົນລຸ້ນໃໝ່ໃນອະນາຄົດ.

ໂດຍ ອາຣຕີກາປົວ (Aarti Kapoor)